ບຸນຊ່ວງເຮືອປີນີ້ ມີຜູ້ເສຍຊີວິດຈາກອຸບັດຕິເຫດຫຼຸດລົງ
ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໄລຍະວັນທີ 4-6 ຕຸລາ 2017 ໃນ ງານບຸນຊ່ວງເຮືອທ່າວັດຈັນປີນີ້ ສະເພາະ 3 ມື້ຂອງການຄົບງັນ ມີອຸບັດຕິເຫດເກີດຂຶ້ນ 18 ກໍລະນີ ແລະ ມີຜູ້ເສຍຊີວິດ 2 ຄົນຄື: ໃນວັນທີ 4 ຕຸລາ ເວລາປະມານ 23 ໂມງ ໄດ້ເກີດອຸບັດຕິເຫດລົດຈັກຕຳກັບລົດຈັກຢູ່ເສັ້ນທາງ 13 ເໜືອ ເຂດບ້ານໄຊມຸງຄຸນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ເວລາປະມານ 23 ໂມງຂອງວັນທີ 6 ຕຸລາ ໄດ້ເກີດອຸບັດຕິເຫດລົດຈັກຕຳກັບລົດໃຫຍ່ ຢູ່ເສັ້ນທາງ ໄກສອນ ພົມວິຫານ ເຂດບ້ານສີວິໄລ ເມືອງໄຊທານີ ສົ່ງຜົນເຮັດໃຫ້ຜູ້ຂັບລົດຈັກເສຍຊີວິດຄາທີ່ ສາເຫດສ່ວນໃຫຍ່ທີ່ພາໃຫ້ເກີດອຸບັດຕິເຫດແມ່ນຍ້ອນຂັບລົດໄວ ແລະ ດື່ມສິ່ງມຶນເມົາ ໂດຍລວມແລ້ວ ສະພາບການເກີດອຸບັດຕິເຫດຖ້າທຽບໃສ່ໃນປີຜ່ານມາ ເຫັນວ່າຈຳນວນອຸບັດຕິເຫດຫຼຸດລົງ 18 ກໍລະນີ ແລະ ຜູ້ເສຍຊີວິດຫຼຸດລົງ 4 ຄົນ ຍ້ອນວ່າການຄົບງັນໃນປີນີ້ມີພຽງ 3 ມື້ ຂະນະທີ່ປີຜ່ານມາແມ່ນກຳນົດ 5 ມື້.
ນອກຈາກນີ້ ທາງເຈົ້າໜ້າທີ່ຕຳຫຼວດຍັງໃຫ້ຮູ້ຕື່ມວ່າ: ການຈັດງານບຸນຊ່ວງເຮືອປີນີ້ ມີສະພາບປາກົດການຫຍໍ້ທໍ້ເກີດຂຶ້ນ 11 ເລື່ອງ ໃນນີ້ ເດັ່ນກວ່າໝູ່ແມ່ນປາກົດການລ່ວງກະເປົາ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2 ເລື່ອງ ຜົນເສຍຫາຍມີໂທລະສັບມືຖື 7 ໜ່ວຍ ແລະ ເງິນ ປະມານ 10 ລ້ານກວ່າກີບ.
ມີ 763 ຄົນເສຍຊີວິດຍ້ອນອຸປະຕິເຫດທ້ອງຖະໜົນໃນ 9 ເດືອນຜ່ານມາ
ອີກແລ້ວກັບຕົວເລກໜ້າເສົ້າຂອງສະຖິຕິການເກີດອຸປະຕິເຫດໃນລາວ ເຈົ້າໜ້າທີ່ເຜີຍ 9 ເດືອນປີ 2017 ມີອຸບັດເຫດເກີດຂຶ້ນທັງໝົດ 4.254ຄັ້ງ ແລະ ມີ 763 ຄົນຕ້ອງມາຈົບຊີວິດລົງຍ້ອນອຸປະຕິເຫດທາງທ້ອງຖະໜົນ ໃນນັ້ນໃນຄອນຫຼວງຕິດອັນດັບໜຶ່ງ ແລະແນ່ນອນເຫດການລົດຕຳກັນສ່ວນຫຼວງຫຼາຍແມ່ນເກີດຈາກການດື່ມສິ່ງມືນເມົາ ກັບຂັບໄວເກີນເຫດ.
ອີງຕາມຂໍ້ມູນຈາກກົມໃຫຍ່ຕ່ຳຫຼວດສະຖິຕິອຸບັດເຫດທົ່ວປະເທດ 9 ເດືອນປີ 2017 ມີອຸບັດເຫດເກີດຂຶ້ນທັງໝົດ 4.254 ຄັ້ງ,ມີພາຫະນະເປ່ເພ 7.713 ຄັນ,ເລັກນ້ອຍ 3.589 ຄັນ, ສົມຄວນ 3.880 ຄັນ,ໃຊ້ການບໍໄດ້ 248 ຄັນ, ຄົນຮັບບາດເຈັບ 7.024 ຄົນ, ຄົນຮັບບາດເຈັບເລັກນ້ອຍ 3.119 ຄົນ, ສົມຄວນ 2.905 ຄົນ, ສາຫັດ 1.000ຄົນ ແລະອີກ 763 ຄົນຕ້ອງຈົບຊີວິດລົງ.
ໂດຍການເກີດອຸບັດເຫດໃນ 9 ເດືອນຜ່ານມາ
- ນະຄອນຫຼວງວຽງຈັນຍັງຄອງສະຖິຕິສູງສຸດເຖິງ 1.008 ຄັ້ງ, ເສຍຊີວິດ 163 ຄົນ
- ສ່ວນທາງພາກເໜືອຜົ້ງສາລີເກີດ 82 ຄັ້ງ, ເສຍຊີວິດ 9 ຄົນ
- ອຸດດົມໄຊເກີດ 315ຄັ້ງ,ເສຍຊີວິດ 53 ຄົນ
- ຫຼວງນ້ຳທາເກີດ 136 ຄັ້ງ,ເສຍຊີວິດ 21 ຄົນ,ບໍ່ແກ້ວເກີດ93 ຄັ້ງ,ເສຍຊີວິດ 27 ຄົນ
- ໄຊຍະບູລີເກີດ 82ຄັ້ງ,ເສຍຊີວິດ 42 ຄົນ
- ຫຼວງພະບາງເກີດ 344ຄັ້ງ,ເສຍຊີວິດ 39 ຄົນ
- ຫົວພັນເກີດ 29 ຄັ້ງ,ເສຍຊີວິດ 14 ຄົນ
- ຊຽງຂວາງເກີດ 90 ຄັ້ງ,ເສຍຊີວິດ 30 ຄົນ
- ໄຊສົມບູນເກີດ 27 ຄັ້ງ,ເສຍຊີວິດ 4 ຄົນ
- ແຂວງວຽງຈັນເກີດ 364 ຄັ້ງ,ເສຍຊີວິດ 54 ຄົນ
- ພາກໃຕ້ບໍລິ ຄຳໄຊເກີດ 252 ຄັ້ງ,ເສຍຊີວິດ 62 ຄົນ
- ຄຳມ່ວນເກີດ 62 ຄັ້ງ,ເສຍຊີວິດ 20 ຄົນ
- ສະຫວັນນະເຂດເກີດ 501 ຄັ້ງ,ເສຍຊີວິດ 85 ຄົນ
- ສາລະວັນເກີດ 127 ຄັ້ງ,ເສຍຊີວິດ 31 ຄົນ
- ຈຳປາສັກເກີດ 566ຄັ້ງ,ເສຍຊີວິດ 67ຄົນ
- ເຊກອງເກີດ 101ຄັ້ງ,ເສຍຊີວິດ 33 ຄົນ
- ອັດຕະປືເກີດ 75 ຄັ້ງ,ເສຍຊີວິດ 16 ຄົນ.
ຕຳແລ້ວໜີ...!!! ແຈ້ງເກີດອຸປະເຫດລົດໃຫ່ຍຕຳກັບ ລົດຈັກ ທີ່ ເມືອງຊະນະສົມບູນ
ອີງຕາມການແຈ້ງຂ່າວຂອງ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງຈຳປາສັກ ໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີລົດຕຳແລ້ວໜີ ຈຸດເກີດເຫດ:ບ້ານໜອງຫອຍ ເມືອງຊະນະສົມບູນ ແຂວງຈໍາປາສັກ ໃນວັນທີ ວັນທີ25/9/2017ເວລາ19:30ນາທີ
ໜ່ວຍກູ້ໄພອອກກວດສອບເຫດພົບເຫັນຄົນເຈັບ01ຄົນ ເປັນເພດຊາຍ ອາຍຸ 27ປີ ອາຊີບຊາວນາ ບ້ານກຸ້ງ ເມືອງໂພນທອງ ແຂວງຈຳປາສັກ ອາການເບື້ອງຕົ້ນມີບາດແຜຖະລອກຕາມແຂນຂາ ຫົວແຕກ



No comments:
Post a Comment