ແຫຼ່ງທ້ອງທ່ຽວທົ່ງໄຫຫີນ
ທົ່ງໄຫຫີນ
ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ຊາວບ້ານໄປພົບເຂົ້າລະຫວ່າງໄປຫາເຄື່ອງປ່າ ແລະ
ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫເຮັດດ້ວຍຫີນຊາຍນີ້ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່
ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນ ເຂດ ເມຶອງໂພນສະຫວັນ ແລະ ຍັງມີບ່ອນອື່ນໆອີກ. ໃນແຂວງຊຽງຂວາງ
ອີກຫລາຍແຫ່ງນຳກັນ ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ
ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງຮອຍການເກືອກລາກມາຈາກບ່ອນອື່ນ ບາງໄຫ ມີລັກສະນະ
ແກະສະຫຼັກຍັງບໍ່ສຳເລັດກໍມີ ນອກຈາກນີ້ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນເຄື່ອງຢືນຢັນການໃຊ້ຫີນໃນພິທີຝັງສົບໄດ້ຢ່າງດີສ່ວນແຜ່ນຫີນມົນໆ
ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ
ກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະນະປະກອບພິທີ.
ອ້ອມຮອບໄຫຫີນພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບສຳລິດຂອງວຽດນາມ ຈຶ່ງພໍຈະຄາດເດົາໄດ້ວ່າ
ຊົນເຜົ່າ ທີ່ສ້າງໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ
ມີການຕິດຕໍ່ຄ້າຂາຍໄປທົ່ວພູມີພາກແຖວນີ້ດ້ວຍ ນັກບູຮານຄະດີລຸ້ນຫລັງໆ ລົງຄວາມເຫັນວ່າ
ເຈົ້າຂອງອາລິຍະທຳນີ້ ອາດຈະເປັນຝີມືຂອງພວກຈາມໃນຫວຽດນາມ ທີ່ຫລົ່ມສະຫລາຍໄປແລ້ວ ຫລື ເປັນຝີມືຂອງຊາວລາວເທີງ ທີ່ອາໄສຢູ່ໃນແຂວງອັດຕະປື ທາງທິດຕະເວັນອອກສຽງໃຕ້ ຂອງປະເທດລາວ ຕິດກັບຊາຍແດນປະເທດກຳປູເຈຍ ສຳລັບທົ່ງໄຫຫີນນີ້ ຖະໜົນເຂົ້າເຖິງສະດວກ ໃນເຂດໂພນສະຫວັນ
ແຂວງຊຽງຂວາງ ຊຶ່ງທາງລັດຖະບານ ໄດ້ເກັບກູ້ລະເບີດອອກໝົດແລ້ວ ທຸ່ງໄຫຫີນ
ມີຢູ່ສາມກຸ່ມນຳກັນຄື:
·
ກຸ່ມທີ່ 1 ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ທາງທິດຕະເວັນອອກສຽງໃຕ້ ໄປທາງ ເມືອງຄູນເມຶອງຫລວງເກົ່າ ໄລຍະທາງປະມານ 7.5 ກິໂລແມັດ ມີໄຫຫີນກະຈັດກະຈາຍ
ຢູ່ໃນທົ່ງຫຍ້າປະມານ 200 ໜ່ວຍ ແລະ
ມີຂະໜາດໃຫຍ່ກວ່າໃນກຸ່ມອື່ນໆ ໜ່ວຍໃຫຍ່ທີ່ສຸດຕັ້ງຢູ່ໂນນພູທາງດ້ານຂວາມື
ປາກໄຫຫັນໜ້າໄປທາງສະຫນາມບິນທົ່ງໄຫຫີນ
ບໍລິເວນທີ່ຕັ້ງໄຫຫີນນີ້ເປັນຈຸດຊົມວິວທີ່ສວຍງາມອີກແຫ່ງໜຶ່ງເພາະສາມາດເບິ່ງເຫັນສະໜາມບິນທົ່ງໄຫຫິນ
ກອງບັນຊາການກອງທັບອາກາດລາວ ຕົວເມືອງໂພນສະຫວັນ ສ່ວນທາງດ້ານຂວາມືຈະມີຂັ້ນໄດປູນ
ຍ່າງລົງໄປຍັງທົ່ງໄຫຫີນອີກຈຸດໜຶ່ງ ຊຶ່ງມີຫລາຍກວ່າໃນຈຸດຊົມວິວແຫ່ງນີ້
ຈາກຈຸດຊົມວິວໄປທາງຊ້າຍມືຈະເຫັນໄຫຫີນ ຈຳນວນນັບສິບໆໜ່ວຍ ວາງລຽງລາຍຢູ່ເຕັມທົ່ງຫຍ້າ
ຖັດມາທາງດ້ານຊ້າຍມືຂອງທົ່ງໄຫຫີນ ຈະພົບຖ້ຳແຫ່ງໜຶ່ງ ມີແສງແດດສາດສ່ອງລົງມາ
ພາຍໃນຖ້ຳມີລັກສະນະ ເປັນປ່ອງມີຄວາມສູງປະມານ 60 ແມັດ ລັກສະນະພາຍໃນຖ້ຳບໍ່ເລິກປານໃດ ສາມາດບັນຈຸຄົນໄດ້ 50-60 ຄົນ ຖ້ຳແຫ່ງນີ້ເຄີຍໃຊ້ເປັນທີ່ຫລົບໄພສົງຄາມຂອງຊາວເມືອງຊຽງຂວາງ ຍາມເມື່ອເຮືອບິນ ມາຖິ້ມລະເບີດ
ພ້ອມກັບໃຊ້ເປັນຄັງເກັບອາວຸດ ແລະ ເຊື້ອເພີງ ເມື່ອສົງຄາມອິນດູຈີນທີ່ຜ່ານມາ
ບໍລິເວນໂດຍຮອບທົ່ງໄຫຫີນເທິງຈຸດຊົມວິວ ຈະພົບຮ່ອງຮອຍການຂຸດເປັນເດີ່ນ
ເປັນແນວຍາວເພື່ອປ້ອງກັນການໂຈມຕີທາງອາກາດ ແລະ ຂຸມຫຼົບລະເບີດຂະໜາດໃຫຍ່ຫລາຍຂຸມ
ຕະຫລອດຈົນຮ່ອງຮອຍທີ່ໄຫຫີນແຕກກະຈາຍອັນເປັນຜົນມາຈາກຝູງເຮືອບິນ ບີ 52 ຂອງອະເມຣິກາ
·
ກຸ່ມທີ່ 2 ຄືກຸ່ມໄຫຫີນພູສະລາໂຕ ຢູ່ຖັດມາຈາກເມືອງໂພນສະຫວັນລົງມາທາງທິດໃຕ້
ປະມານ 25 ກິໂລແມັດ
ຄອບຄຸມພື້ນທີ່ໂນນພູສອງໜ່ວຍ ຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນທົ່ງຫຍ້າປະມານ 94 ໜ່ວຍ.
·
ກຸ່ມທີ່ 3 ກຸ່ມໄຫຫີນລາດຄ່າຍ ຢູ່ຖັດລົງມາຈາກກຸ່ມໄຫຫີນພູສະລາໂຕ
ປະມານ 10 ກິໂລແມັດ
ປະກອບດ້ວຍໄຫຫີນປະມານ 150 ໜ່ວຍ
ກະຈາຍຢູ່ເທິງໂນນພູໜ່ວຍນ້ອຍ ເບິ່ງລົງມາເຫັນວິວ ທົ່ງຮາບ ຂອງທ້ອງທົ່ງທ້ອງນາຂອງ ບ້ານຊຽງດີ ຊຶ່ງຢູ່ເທິງໂນນພູໜ່ວຍຕໍ່ໄປ
ໄດ້ຢ່າງຊັດເຈນ
ສະຖານທີ່ຕັ້ງ ຫ່າງຈາກເມືອງໂພນສະຫະຫວັນເມືອງຫລວງໃໝ່ ຂອງແຂວງຊຽງຂວາງປະມານ 5 ກິໂລແມັດ.
ວັດເພຍວັດ ຕັ້ງຢູ່ໃຈກາງຂອງ ເມືອງຄູນ ເຊິ່ງ ຫ່າງຈາກຕົວ ເມືອງ ໂພນສະຫວັນ ປະມານ 30 ກິໂລແມັດ, ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໝົດ ໃນດິນແດນຂອງ ເມືອງພວນ; ສ້າງຂຶ້ນໃນປີ ຈສ 744, ຈົນມາຮອດປະຈຸບັນ (2006) ມີອາຍຸໄດ້ 675 ປີ. ເຈົ້າລ້ານຄຳກອງ ເປັນອາດຍາປົກຄອງ ເມືອງພວນ ໄດ້ນຳພາປະຊາຊົນ ເພື່ອຊອກ ຫາຊ່າງ ຜູ້ມີສີມືໃນການສ້າງວັດວາອາຮາມ ຈຶ່ງພົບອາຈານທຳມະຄາຖາ ຜູ້ທີ່ມີສີມືໃນການສ້າງວັດ ຢູ່ ຫຼວງພະບາງມາແລ້ວມາສ້າງ. ພໍສ້າງສຳເລັດແລ້ວ ເຈົ້າລ້ານຄຳກອງ ໄດ້ນຳ ພະພຸດທະຮູບ ອົງສັກສິດ ມາຈາກຫົງສາວະດີ (ພະມ້າໃນປະຈຸບັນ) ມາປະທັບໄວ້ ທີ່ວັດດັ່ງກ່າວ. ໃນຍຸກສະໄໝນັ້ນ ເມືອງພວນ ມີຄວາມຈະເລີນຮຸ່ງເຮືອງເຖິງຂີດສຸດ. ດັ່ງນັ້ນ ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນ ຂອງ ພະສົງສາມະເນນ ໃນຍຸກນັ້ນ. ຕົກມາຮອດຊຸມປີ ຄສ 1874, ຈສ 1287 ສົງຄາມພາຍນອກ ໄດ້ເຂົ້າມາມ້າງ ເພທຳລາຍ (ເສິກຫໍ້) ເຊິ່ງພວກເຂົາ ໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຊາຍອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ. ມາຮອດປີ ຄສ 1953, ຈສ 1315 ໄດ້ຖືກສົງຄາມ ຂອງຈັກກະພັດ ຝຣັ່ງ ທໍາລາຍສິມ ແລະ ພະພຸດທະຮູບ ເຮັດໃຫ້ເພພັງຢ່າງໜັກ. ຕໍ່ມາ ຮອດປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ) ເປັນເຈົ້າປົກຄອງ ເມືອງພວນ ໄດ້ນຳພາປະຊາຊົນຊາວ ເມືອງພວນ ປະຕິສັງຂອນວັດ ແລະ ສິມຄືນໃໝ່ ເຮັດໃຫ້ມີຄວາມສວຍງາມ ຄື ກັບສະໄໝກ່ອນ. ມາຮອດປີ ຄສ 1969, ຈສ 1331 ໄດ້ຖືກສົງຄາມ ຂອງຈັກະພັດອາເມລິກາ ທຳລາຍຈົນໝົດກ້ຽງ ຈຶ່ງຍັງເຫຼືອພຽງແຕ່ ພະພຸດທະຮູບ ທີ່ຖືກບາດແຜຕາກແດດ ໃຫ້ເຮົາເບິ່ງເຖິງທຸກວັນນີ້. ວັດເພຍວັດ ຈະຕ້ອງໄດ້ປັບປຸງ ບູລະນະປະຕິສັງຂອນຄືນໃໝ່ ເພື່ອປົກປັກຮັກສາຄວາມສວຍງາມ ຂອງພະພຸດທະຮູບ ແລະ ສິມເກົ່າໄວ້. ນອກຈາກນີ້ ຍັງມີສິ່ງໜຶ່ງ ທີ່ຈຳເປັນຫຼາຍ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ເຊັ່ນ: ບ່ອນຈອດລົດ ຂອງນັກທ່ອງທ່ຽວ ແລະ ພໍ່ແມ່ປະຊາຊົນ ທີ່ມາເຮັດບຸນສິນກິນທານ ຢູ່ວັດແຫ່ງນີ້.
ແຫຼ່ງທ້ອງທ່ຽວ ປະຕູໄຊ
ປະຕູໄຊ (Patuxay) ຫລື ອານຸສາວະລີ ແມ່ນສິ່ງກໍສ້າງ ເພື່ອເປັນອານຸສອນ ແກ່ການປະກາດເອກກະລາດຈາກການປົກຄອງຂອງປະເທດຝຣັ່ງ. ຮູບຊົງແມ່ນຮຽນແບບ ປະຕູໄຊເມືອງປາຣີ (Arc de Triomphe) ແຕ່ຕົບແຕ່ງໂດຍສິນລະປະພື້ນເມືອງລາວ. ຖືກສ້າງຂື້ນເມື່ອປີ 1962 ທີ່ໃຈກາງເມືອງວຽງຈັນ ແລະ ລະຫວ່າງກາງຖະຫນົນລ້ານຊ້າງ, ແຕ່ຍ້ອນໄພສົງຄາມກາງເມືອງ ການກໍ່ສ້າງຈິ່ງບໍ່ສໍາເລັດສົມບູນ ແລະ ຖືກປະໄວຈົນເຖິງປັດຈຸບັນ.
ແຫຼ່ງທ້ອງທ່ຽວ ວັດຊຽງຄວານ
ສະຖານທີ່ ຊຶ່ງຖືກຈັດສັນກໍ່ໃຫ້ເກີດເປັນສວນ ທີ່ບໍ່ຄືສະຖານທີ່ ແຫ່ງອື່ນໃດນີ້ຕັ້ງຢູ່ລຽບແຄມນ້ຳຂອງ ຫ່າງຈາກຕົວເມືອງນະຄອນ ຫຼວງວຽງຈັນປະມານ 27 ກິໂລແມັດ ຜ່ານຂົວມິດຕະພາບໄປບໍ່ເທົ່າໃດກິໂລແມັດ. ກົງກັນຂ້າມກັບຄວາມຈິງທີ່ຮຽກສະຖານ ທີ່ແຫ່ງນີ້ວ່າວັດເພາະຈະບໍ່ມີ ລັກສະນະ ທີ່ຊີ້ບອກເຖິງຄວາມໝາຍຂອງການເປັນວັດ. ແຕ່ທີ່ຈິງແລ້ວ ຈະເອີ້ນສະຖານທີ່ແຫ່ງນີ້ວ່າ ສວນອຸດທະຍານພຣະພຸດທະຮູບເພາະເປັນສວນທີ່ເຕັມໄປດ້ວຍ ພຣະພຸດທະຮູບປາງຕ່າງໆ ປັ້ນຫຼໍ່ດ້ວຍສີມັງ ມີທັງອົງນ້ອຍ ແລະ ອົງໃຫຍ່. ໜື່ງໃນນັ້ນອົງທີ່ເດັ່ນກໍ່ເຫັນຈະເປັນ ພະພຸດທະຮູບ ປາງນອນ ມີຄວາມຍາວປະມານ 50 ແມັດ.ສວນແຫ່ງນີ້ ສ້າງ ຂື້ນໃນຕົ້ນປີ 1950 ໂດຍພຣະສົງຕາມຕຳນານເລື່ອງຂອງສາສະໜາພຸດ ແລະ ສາສະໜາຮິນດູ ທີ່ປະສົມປະສານກັນ. ເປັນສະ ຖານທີ່ ທີ່ມີທັງຄົນລາວ ແລະ ຄົນຕ່າງປະເທດ ມັກໄປທ່ຽວຊົມໂດຍສະເພາະ ໃນວັນເສົາ ແລະ ວັນອາທິດ.ນອກນັ້ນທີ່ສວນນີ້ ຍັງມີຮ້ານອາຫານ ແລະ ຮ້ານຂາຍເຄື່ອງທີ່ລະນຶກ. ປະຕິມາກຳທີ່ຜູ້ຄົນ ໃຫ້ຄວາມສົນໃຈເຂົ້າໄປຊົມທີ່ສຸດ ແມ່ນຫົນທາງໄປສູ່ສະ ຫວັນຊັ້ນ 7 ໃນລາຫູຍັກ.
ປີທ່ອງທ່ຽວລາວ 2018 ຫຼວງພະບາງຄຶກຄັກກັບຫຼາຍກິດຈະກຳ
ເພື່ອເປັນການຮອງຮັບນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວຫຼວງພະບາງໃນໂອກາດທີ່ ສປປ ລາວ ຈັດປີທ່ອງທ່ຽວລາວປີ 2018 ແຂວງຫຼວງພະບາງໄດ້ຈັດງານຖະແຫຼງຂ່າວການຈັດ
ກິດຈະກຳປີທ່ອງທ່ຽວລາວທີ່ແຂວງຫຼວງພະບາງຂຶ້ນໃນວັນທີ 9 ທັນວາ ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງໂດຍໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງປະທານຈັດກິດຈະກຳປີທ່ອງທ່ຽວລາວທີ່ແຂວງຫຼວງພະບາງ,ມີການນຳຂອງພະແນກການກົມກອງ,ທູຕານຸທູດ,ຜູ້ຕາງໜ້າສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ແລະ ສປ ຈີນ,ຜູ້ປະກອບການທຸລະກິດ,ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ວົງສະຫວັນ ເທບພະຈັນ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການຈັດປີທ່ອງທ່ຽວລາວທີ່ ແຂວງຫຼວງພະບາງມີຄວາມຄຶກຄື້ນມ່ວນຊື່ນ ແລະ ເປັນພິເສດກ່ວາທຸກປີອົງການປົກຄອງ ແຂວງຫຼວງພະບາງ ໄດ້ ມີກິດຈະກຳຢ່າງຫຼາກຫຼາຍຢູ່ພາຍໃນແຂວງ ແລະບັນດາເມືອງມີທັງໝົດ 37 ກິດຈະກຳໂດຍຈະເລີ່ມແຕ່ເດືອນທັນວາປີ 2017 ຫາເດືອນທັນວາປີ 2018.ໃນນີ້ກິດຈະກຳຫຼັກແມ່ນມີ 7 ກິດຈະກຳເຊັ່ນ: ງານປະກວດຂັບລຳພື້ນເມືອງຫຼວງພະບາງ,ງານສະເຫຼີມສະຫຼອງປີທ່ອງທ່ຽວລາວປີ 2018 ຢ່າງເປັນທາງ ການ ແລະ ບຸນປີໃໝ່ລາວທີ່ຫຼວງພະບາງ,ຈັດງານແທ້ໂອ້ຫຼວງພະບາງທີ່ສະທ້ອນໃຫ້ເຫັນຄວາມເປັນຫຼວງພະບາງ,ງານສຳມະນາວ່າດ້ວຍການທ່ອງທ່ຽວແບບຍືນຍົງ,ກິດຈະກຳຖີບລົດ ແລະ ງານມະໂຫລານຮູບເງົາຫຼວງພະບາງ.ທ່ານຮອງເຈົ້າແຂວງຫຼວງພະບາງກ່າວຕື່ມວ່າ: ນອກຈາກກິດຈະກຳຫຼັກແລ້ວຢູ່ບັນດາເມືອງອ້ອມຂ້າງແຂວງຈະມີການຈັດງານບຸນປະເພນີຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວຢ່າງຄຶກຄື້ນ.
ພິທີເປີດບຸນນະມັດສະການພຣະທາດຫຼວງປະຈໍາປີ 2017 ແລະ ເປີດປີທ່ອງທ່ຽວລາວ 2018
ພິທີເປີດບຸນນະມັດສະການພຣະທາດຫຼວງປະຈໍາປີ 2017 ແລະ ເປີດທ່ອງທ່ຽວລາວ ຢ່າງເປັນທາງການ ທີ່ເດິ່ນພຣະທາດຫຼວງ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 27 ຕຸລາ ຜ່ານມາ.
ລັດຖະບານລາວ ກະກຽມຕ້ອນຮັບປີທ່ອງທ່ຽວ ລາວ 2018
ໃນວັນທີ 4 ກັນຍາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມປຶກສາຫາລືການກະກຽມຕ້ອນຮັບປີທ່ອງ ທ່ຽວ ລາວ 2018 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ພ້ອມດ້ວຍພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານຄາດຄະເນວ່າ ຈະມີນັກທ່ອງງທ່ຽວ ເຂົ້າມາທ່ອງທ່ຽວ ສປປ ລາວ ປະມານ 5 ລ້ານກວ່າຄົນ, ສ່ວນໃຫຍ່ແມ່ນນັກທ່ອງທ່ຽວ ໃນຂົງເຂດອາຊີ ແລະ ລັດຖະບານ ກຳລັງປຶກສາຫາລື ແຜນການກະກຽມເປີດ ປີທ່ອງທ່ຽວລາວ 2018, ໂດຍສະເພາະຂອດບໍລິການ, ການປັບປຸງແກ້ໄຂຂໍ້ຈຳກັດ ກົດໜ່ວງຖ່ວງດຶງວຽກງານການທ່ອງທ່ຽວ, ຖືກ ຕ້ອງສອດຄ່ອງກົດໝາຍ ແລະ ລະບຽບການ.
ເຊີ່ງຕາມການລາຍງານໃຫ້ຊາບວ່າ: ໃນສາມເດືອນຕົ້ນປີຜ່ານມາ ມີນັກທ່ອງທ່ຽວ ອາຊຽນເຂົ້າມາທ່ອງທ່ຽວລາວ ມີປະມານ 763.000 ຄົນ, ນັກທ່ອງທ່ຽວ ຈາກປະເທດເອີຣົບ 60.000 ຄົນ, ອາເມລິກາ ເກືອບ 20.000 ຄົນ, ໄທ 498.000 ຄົນ ແລະ 2.000 ກວ່າຄົນ ແມ່ນມາຈາກອາຟຣິກາ ແລະ ຕາເວັນອອກກາງ.
ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ວຽກງານ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມ ໃນສັງຄົມ, ໂດຍສະເພາະ ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ ຂີ້ລັກ, ປຸ້ນຈີ້ຊິງຊັບ, ການກໍ່ອາຊະຍາກຳ ແລະ ປະກົດການຫຍໍ້ທໍ້ອື່ນໆ ທີ່ເປັນພາບພົດບໍ່ດີ, ປັບປຸງພື້ນຖານໂຄງລ່າງ ເພື່ອຮອງຮັບການທ່ອງທ່ຽວທີ່ຈຳເປັນ ເຊັ່ນ: ເສັ້ນທາງ, ສະໜາມບິນ, ສະຖານທີ່ທ່ອງທ່ຽວ, ທີ່ພັກ, ຮ້ານອາຫານ, ພາຫະນະຂົນສົ່ງ ແລະ ລະບົບໂທລະຄົມມະນາຄົມ, ພ້ອມການບໍລິການ ທີ່ອຳນວຍຄວາມສະດວກ ດ້ານເອກະສານເຂົ້າ-ອອກ ຂອງນັກທ່ອງທ່ຽວ, ຄ່າທຳນຽມສຳລັບນັກທ່ອງທ່ຽວ, ກວດກາຄືນ ແລະ ປັບປຸງໃຫ້ເໝາະສົມ ກ່ຽວກັບຄ່າບໍລິການ, ຄ່າຜ່ານປະຕູ ຢູ່ແຕ່ລະແຫລ່ງທ່ອງທ່ຽວ ລວມທັງການບໍລິການແຂກ, ໂດຍເນັ້ນໃສ່ຄວາມສະດວກ, ວ່ອງໄວ, ສະອາດ, ປອດໄພ, ຮັກສາໄດ້ວັດທະນະທຳອັນດີງາມຂອງຊາດ ແລະ ຂອງເຜົ່າ. ການນຳໃຊ້ງົບປະມານຕ້ອງບົນພື້ນຖານປະຢັດມັດທະຍັດ, ສົມເຫດສົມຜົນ, ຫລີກເວັ້ນການຟູມເຟືອຍ, ໂຄສະນາເຜີຍແຜ່, ສ້າງຂະບວນການ ແລະ ຈັດກິດຈະກຳຕ່າງໆ ໃຫ້ມີບັນຍາກາດຟົດຟື້ນ, ມີເນື້ອໃນສັງຄົມຮັບຮູ້ຢ່າງກວ້າງ ຂວາງ, ສ້າງຄວາມເຊື່ອໝັ້ນ ແລະ ດຶງດູດນັກທ່ອງທ່ຽວໄດ້ຢ່າງແທ້ຈິງ. ເດັດຂາດບໍ່ໃຫ້ມີກໍລະນີສວຍໂອກາດ ເອົາປຽບນັກທ່ອງທ່ຽວ, ຊຶ່ງວຽກງານທັງໝົດເຫລົ່ານີ້ ແມ່ນເອົາໃຈໃສ່ຊຸກຍູ້ທຸກພາກສ່ວນ ໃນທົ່ວສັງຄົມໃຫ້ມີສ່ວນຮ່ວມຫລາຍຂຶ້ນ.







No comments:
Post a Comment